ລົງທະບຽນໄວ້ກ່ອນ ຮອດໂຮງໝໍບໍ່ຕ້ອງຖ້າດົນ
ປ້ອນຂໍ້ມູນຜ່ານໂທລະສັບໄວ້ລ່ວງໜ້າ ຮອດໂຮງໝໍພຽງຍື່ນ QR ໃຫ້ພະນັກງານສະແກນ ກວດແລ້ວກໍເບິ່ງຜົນກວດ ຢາ ແລະ ວັນນັດຂອງຕົນເອງໄດ້
ສົມໃຈ ວົງສະຫວັດ
K7M2Q-9XPRB
ຂັ້ນຕອນການນຳໃຊ້
- 01
ລົງທະບຽນຜ່ານໂທລະສັບ
ປ້ອນຊື່ ວັນເດືອນປີເກີດ ທີ່ຢູ່ ແລະ ເລກບັດ ເທື່ອດຽວພໍ
- 02
ຍື່ນ QR ຢູ່ໂຮງໝໍ
ພະນັກງານສະແກນແລ້ວ ຂໍ້ມູນຂອງທ່ານກໍຂຶ້ນມາເລີຍ ບໍ່ຕ້ອງຂຽນໃບລົງທະບຽນໃໝ່
- 03
ເບິ່ງປະຫວັດການປິ່ນປົວ
ກວດແລ້ວ ເບິ່ງໄດ້ວ່າເປັນພະຍາດຫຍັງ ໄດ້ຢາຫຍັງ ຄ່າປິ່ນປົວເທົ່າໃດ ແລະ ນັດຄັ້ງຕໍ່ໄປມື້ໃດ
ເປັນຫຍັງຈຶ່ງຄວນລົງທະບຽນ
ບໍ່ຕ້ອງຖ້າດົນ
ຂໍ້ມູນຂອງທ່ານມີຢູ່ໃນລະບົບແລ້ວ ພະນັກງານພຽງກວດຄືນເທົ່ານັ້ນ
ປະຫວັດຢູ່ໃນມືທ່ານ
ກວດຄົນເຈັບນອກ ນອນໂຮງໝໍ ກວດພະຍາດບໍ່ຕິດຕໍ່ ຝາກທ້ອງ ແລະ ສັກຢາກັນພະຍາດ
ບໍ່ລືມວັນນັດ
ຮູ້ວ່ານັດຄັ້ງຕໍ່ໄປມື້ໃດ ຢູ່ໂຮງໝໍໃດ
ລາວ ຫຼື ອັງກິດ
ປ່ຽນພາສາໄດ້ທຸກເວລາ
ຂໍ້ມູນຂອງທ່ານປອດໄພ
ປະຫວັດການປິ່ນປົວຈະເປີດໃຫ້ເບິ່ງ ກໍຕໍ່ເມື່ອພະນັກງານໂຮງໝໍໄດ້ພົບທ່ານ ແລະ ກວດຢືນຢັນຕົວຕົນແລ້ວ ຄົນອື່ນທີ່ຮູ້ພຽງເບີໂທຂອງທ່ານ ຈະເບິ່ງບໍ່ໄດ້
ຄຳຖາມທີ່ມັກຖາມ
ຈຳເປັນຕ້ອງລົງທະບຽນກ່ອນໄປໂຮງໝໍບໍ່?
ບໍ່ຈຳເປັນ ທ່ານຍັງໄປລົງທະບຽນຢູ່ໂຮງໝໍ ຫຼື ສຸກສາລາໄດ້ຄືເກົ່າ ແຕ່ຖ້າລົງທະບຽນໄວ້ກ່ອນ ຈະໃຊ້ເວລາຢູ່ຫ້ອງລົງທະບຽນໜ້ອຍລົງ
ເມື່ອໃດຈຶ່ງຈະເຫັນປະຫວັດການປິ່ນປົວ?
ຫຼັງຈາກໄປກວດ ແລະ ຍື່ນ QR ໃຫ້ພະນັກງານສະແກນເທື່ອທຳອິດ ບັນຊີຂອງທ່ານຈະເຊື່ອມກັບຂໍ້ມູນຢູ່ໂຮງໝໍ ຈາກນັ້ນປະຫວັດຈະຂຶ້ນຢູ່ໜ້າ “ປະຫວັດ”
ລົງທະບຽນຕ້ອງໃຊ້ຫຍັງແດ່?
ເບີໂທລະສັບ ລະຫັດຜ່ານທີ່ຕັ້ງເອງ ແລະ ຂໍ້ມູນສ່ວນຕົວ ຖ້າມີບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ໃຫ້ປ້ອນເລກໃສ່ນຳ ພະນັກງານຈະຊອກຂໍ້ມູນຂອງທ່ານໄດ້ງ່າຍຂຶ້ນ
ໃຜແດ່ທີ່ເຫັນຂໍ້ມູນຂອງຂ້ອຍ?
ພະນັກງານໂຮງໝໍໃຊ້ຂໍ້ມູນນີ້ເພື່ອລົງທະບຽນທ່ານເທົ່ານັ້ນ ສ່ວນປະຫວັດການປິ່ນປົວ ມີແຕ່ທ່ານທີ່ເບິ່ງໄດ້ ຫຼັງຈາກເຂົ້າສູ່ລະບົບ